
ກ່ຽວກັບແຄມເປນ
ແຄມເປນ Family We-time ປີ 2025, ຈັດໂດຍສະມາຄົມສະຖາບັນຄອບຄົວໃນພາກພື້ນອາຊີ (Consortium of Institutes on Family in the Asian Region, CIFA), ໂດຍໄດ້ຮັບການສະໜັບສະໜູນໂດຍ Jockey Club SMART Family-Link Project, ເຊິ່ງລິເລີ່ມ ແລະ ໄດ້ຮັບທຶນຈາກ The Hong Kong Jockey Club Charities Trust.
ພວກເຮົາຕື່ນເຕັ້ນທີ່ຈະເຕົ້າໂຮມກັບຄອບຄົວເຂົ້າດ້ວຍກັນ ໂດຍຜ່ານການສະແດງອອກຢ່າງສ້າງສັນໃນແຄມເປນປີນີ້. ຜູ້ເຂົ້າສາມາດສົ່ງຮູບພາບຄອບຄົວ ຫຼື ຜົນງານການລະບາຍສີທີ່ສຸມໃສ່ສອງແນວໂນ້ມຫຼັກທີ່ສະຫະປະຊາຊາດໃຊ້ ໄດ້ແກ່: ເຕັກໂນໂລຊີໃໝ່ ແລະ ການຂະຫຍາຍຕົວຂອງຕົວເມືອງ ແລະ ການຍ້າຍຖິ່ນຖານ (ອີກສອງແນວໂນ້ມ ແມ່ນການປ່ຽນແປງດິນຟ້າອາກາດ ແລະ ການປ່ຽນແປງທາງດ້ານປະຊາກອນ).
ແຄມເປນນີ້ມຸ່ງເນັ້ນສ້າງຄວາມຮັບຮູ້ກ່ຽວກັບສອງແນວໂນ້ມຫຼັກນີ້, ພ້ອມຊຸກຍູ້ໃຫ້ຄອບຄົວປະເຊີນໜ້າ ແລະ ຮັບມືກັບສິ່ງທ້າທາຍໃນທາງບວກເພື່ອເສີມຂະຫຍາຍຄວາມເປັຮຢູ່ທີ່ດີຂອງຄອບຄົວ. ຮູບແບບອາດຈະປະກອບມີການນໍາໃຊ້ເຕັກໂນໂລຢີໃໜ່ ຢ່າງມີປະສິດທິພາບ, ການມີສ່ວມຮ່ວມທາງສັງຄົມ ແລະ ການສ້າງເຄືອຂ່າຍສັງຄົມ. ຜົນງານທີ່ຖືກຄັດເລືອກຈະຖືກນຳມາສະແດງໃນຮູບພາບຕັດປະໃນຮູບແບບຄັງຮູບອອນໄລນ໌ຂອງ Family We-time. ຜູ້ເຂົ້າຮ່ວມຈະໄດ້ຮັບໃບຢັ້ງຢືນທາງອອນໄລນ໌ສຳລັບການຮັບຮູ້ຫຼັງຈາກສົ່ງຜົນງານ.
ພວກເຮົາຕື່ນເຕັ້ນທີ່ຈະເຕົ້າໂຮມກັບຄອບຄົວເຂົ້າດ້ວຍກັນ ໂດຍຜ່ານການສະແດງອອກຢ່າງສ້າງສັນໃນແຄມເປນປີນີ້. ຜູ້ເຂົ້າສາມາດສົ່ງຮູບພາບຄອບຄົວ ຫຼື ຜົນງານການລະບາຍສີທີ່ສຸມໃສ່ສອງແນວໂນ້ມຫຼັກທີ່ສະຫະປະຊາຊາດໃຊ້ ໄດ້ແກ່: ເຕັກໂນໂລຊີໃໝ່ ແລະ ການຂະຫຍາຍຕົວຂອງຕົວເມືອງ ແລະ ການຍ້າຍຖິ່ນຖານ (ອີກສອງແນວໂນ້ມ ແມ່ນການປ່ຽນແປງດິນຟ້າອາກາດ ແລະ ການປ່ຽນແປງທາງດ້ານປະຊາກອນ).
ແຄມເປນນີ້ມຸ່ງເນັ້ນສ້າງຄວາມຮັບຮູ້ກ່ຽວກັບສອງແນວໂນ້ມຫຼັກນີ້, ພ້ອມຊຸກຍູ້ໃຫ້ຄອບຄົວປະເຊີນໜ້າ ແລະ ຮັບມືກັບສິ່ງທ້າທາຍໃນທາງບວກເພື່ອເສີມຂະຫຍາຍຄວາມເປັຮຢູ່ທີ່ດີຂອງຄອບຄົວ. ຮູບແບບອາດຈະປະກອບມີການນໍາໃຊ້ເຕັກໂນໂລຢີໃໜ່ ຢ່າງມີປະສິດທິພາບ, ການມີສ່ວມຮ່ວມທາງສັງຄົມ ແລະ ການສ້າງເຄືອຂ່າຍສັງຄົມ. ຜົນງານທີ່ຖືກຄັດເລືອກຈະຖືກນຳມາສະແດງໃນຮູບພາບຕັດປະໃນຮູບແບບຄັງຮູບອອນໄລນ໌ຂອງ Family We-time. ຜູ້ເຂົ້າຮ່ວມຈະໄດ້ຮັບໃບຢັ້ງຢືນທາງອອນໄລນ໌ສຳລັບການຮັບຮູ້ຫຼັງຈາກສົ່ງຜົນງານ.

ຂໍ້ມູນການສົ່ງ
ຂໍ້ມູນສຳຄັນ
ເງື່ອນໄຂການມີສິດໄດ້ຮັບ
- ແບບຄອບຄົວທີ່ມີ 2 ລຸ້ນຂຶ້ນໄປ
- ຍິນດີຕ້ອນຮັບເຂົ້າຮ່ວມຄອບຄົວຈາກອາຊີ
- ແຕ່ລະຄົນສາມາດສົ່ງຜົນງານໄດ້ບໍ່ໃຫ້ເກີນ 5 ຜົນງານ
ກຳນົດສົ່ງຜົນງານ
- 14 ກັນຍາ 2025, ວັນອາທິດ
ປະເພດການສົ່ງຜົນງານ
- ຮູບພາບຄອບຄົວ ແລະ/ຫຼື ຜົນງານລະບາຍສີ
ຄ່າລົງທະບຽນ
- ຟຣີ
ວິທີການເຂົ້າຮ່ວມ
ສໍາລັບການລະບາຍສີ:
- ເລືອກ ແລະ ດາວໂຫຼດແຜ່ນລະບາຍສີທີ່ກໍານົດຈາກເວັບໄຊທ໌ຂອງພວກເຮົາ, ພິມໃສ່ເຈ້ຍຂະໜາດ A4 (297 x 210 ມມ).
- ທ່ານສາມາດໃຊ້ອຸປະກອນລະບາຍສີ ຫຼື ສີຫຍັງກໍໄດ້. ບໍ່ອານຸຍາດໃຫ້ໃຊ້ອຸປະກອນລະບາຍສີດ້ວຍຄອມພິວເຕີ ຫຼື ຂະບວນການລະບາຍສີສາມມິຕິ ເຊັ່ນ: ສະຕິກເກີ, ແສງເຫຼື້ອມ, ເຈ້ຍກະດາດເຄັດ, ແລະ ອື່ນໆ.
- ທ່ານສາມາດເພີ່ມການອອກແບບລົງໃສ່ແຜ່ນລະບາຍສີທີ່ກໍານົດ ເພື່ອເພີ່ມມິຕິໃຫ້ກັບອົງປະກອບໃນການການສະແດງຮູບແບບຂອງເຕັກໂນໂລຢີໃໝ່ໆ ຫຼື ການຂະຫຍາຍຕົວຂອງເມືອງ ແລະ ການຍ້າຍຖິ່ນຖານ.
ສໍາລັບການຖ່າຍຮູບ:
- ຜົນງານຕ້ອງເປັນຮູບຖ່າຍດິຈິຕອນຕົ້ນສະບັບ. ບໍ່ອານຸຍາດໃຫ້ໃຊ້ຮູບຕົກແຕ່ງດ້ວຍເຄື່ອງຄອມພິວເຕີ, ລວມທັງການເພີ່ມເຕີມຕື່ມ, ການລຶບ ຫຼື ມີການປ່ຽນແປງສີຫຼາຍບ່ອນ.
- ຮູບພາບຈະຕ້ອງສອດຄ່ອງກັບຮູບແບບຂອງເຕັກໂນໂລຢີໃໝ່ໆ ຫຼື ການຂະຫຍາຍຕົວຂອງເມືອງ ແລະ ການຍ້າຍຖິ່ນຖານ.
ຂໍ້ແນະນຳໃນການສົ່ງຜົນງານ:
- ຫຼັງຈາກການລົງທະບຽນແລ້ວ, ສົ່ງຮູບພາບຄອບຄົວຕົ້ນສະບັບ ຫຼື ຜົນງານການລະບາຍສີໃນຮູບແບບ JPEG, JPG ຫຼື PNG ຜ່ານທາງເວັບໄຊທ໌ຂອງພວກເຮົາ.
- ຂະໜາດໄຟລ໌ຮູບພາບ ຫຼື ຜົນງານການລະບາຍສີທັງໝົດທີ່ຈະອັບໂຫຼດເພື່ອສົ່ງຜົນງານລວມສູງສຸດແມ່ນ 10 MB.
ຂໍ້ກໍານົດ ແລະ ເງື່ອນໄຂ
- ຜົນງານທັງໜົດຈະຕ້ອງສົ່ງຜ່ານຊ່ອງທາງການລົງທະບຽນອອນໄລນ໌ "Family We-time" ເທົ່ານັ້ນ. ສາມາດຮັບຜ່ານສະເພາະໄຟລ໌ອີເລັກໂທຣນິກ JPEG, JPG ຫຼື PNG ເທົ່ານັ້ນ. ເມື່ອສົ່ງຜົນງານແລ້ວ ຈະບໍ່ສາມາດແກ້ໄຂ, ປ່ຽນແປງ ຫຼື ສົ່ງຄືນໄດ້. ຜົນງານທີ່ສົ່ງເຂົ້າປະກວດແມ່ນຍັງບໍ່ທັນສົ່ງໄປແຂ່ງຂັນ ຫຼື ເຮັດກິດຈະກຳອື່ນໆມາກ່ອນ.
- ຜົນງານທີ່ສົ່ງເຂົ້າປະກວດຕ້ອງເປັນຕົ້ນສະບັບ ແລະ ບໍ່ລະເມີດສິດທິຂອງບຸກຄົນທີສາມ, ລວມທັງສິດທິຊັບສິນທາງປັນຍາ, ສິດທິໃນການຮັກສາຄວາມລັບ ຫຼື ສິດທິຄວາມເປັນສ່ວນຕົວ. ຜູ້ທີ່ລະເມີດກົດລະບຽບຈະຖືກຕັດສິດຈາກການເຂົ້າຮ່ວມ.
- ຖ້າຜົນງານທີ່ສົ່ງເຂົ້າປະກວດຂັດກັບກົດໝາຍໃດໆ, ຜູ້ເຂົ້າຮ່ວມຈະຕ້ອງຮັບຜິດຊອບຕາມກົດໝາຍທັງໝົດ ແລະ ຜູ້ຈັດງານຈະບໍ່ຮັບຜິດຊອບໃດໆທັ້ງນັ້ນ.
- ຜູ້ເຂົ້າຮ່ວມຕ້ອງແນ່ໃຈວ່າຜົນງານທີ່ສົ່ງມາປະກວດບໍ່ມີຮູບລາມົກອານາຈານ, ຮຸນແຮງ, ຂໍ້ຄວາມທາງລົບ ຫຼື ອົງປະກອບການໂຄສະນາຊວນເຊື່ອທາງການຄ້າ, ສາສະໜາ ຫຼື ທາງດ້ານການເມືອງ ແລະ ບໍ່ໃຫ້ເປັນບັນຫາການໝິ່ນປະໝາດ, ດູໝິ່ນ, ດູຖູກ, ການສ້າງຄວາມເຂົ້າໃຈຜິດ ຫຼື ການຈຳແນກທາງເຊື້ອຊາດ.
- ຜູ້ເຂົ້າຮ່ວມຈະບໍ່ໄດ້ຮັບອະນຸຍາດໃຫ້ເພີ່ມຂໍ້ຄວາມ, ສັນຍາລັກ ຫຼື ຮູບພາບທີ່ສາມາດສະແດງຂໍ້ມູນສ່ວນບຸກຄົນ ເຊັ່ນ: ລາຍເຊັນ, ຂອບພາບ ແລະ ລາຍນໍ້າອື່ນໆໃນຜົນງານທີ່ສົ່ງມາປະກວດ.
- ລິຂະສິດຂອງຜົນງານທີ່ສົ່ງມາປະກວດທັງໝົດເປັນຂອງຜູ້ຈັດງານ. ຜູ້ຈັດງານຂໍສະຫງວນສິດໃນການກວດສອບຜົນງານທີ່ສົ່ງມາປະກວດ ແລະ ນຳໄປໃຊ້ເພື່ອຈຸດປະສົງທີ່ບໍ່ແມ່ນການຄ້າເທົ່ານັ້ນ, ລວມທັງແຕ່ບໍ່ຈຳກັດເພື່ອການໂຄສະນາ, ການຈັດວາງສະແດງ ແລະ ການພິມໃດໆກໍຕາມ ໂດຍບໍ່ມີການຍິນຍອມຈາກຜູ້ເຂົ້າຮ່ວມ ແລະ ບໍ່ຕ້ອງຈ່າຍຄ່າລິຂະສິດໃດໆ ແລະ ບໍ່ຕ້ອງຮັບຜິດຊອບທາງກົດໝາຍ.
- ຜູ້ເຂົ້າຮ່ວມຕົກລົງທີ່ຈະໃຫ້ຂໍ້ມູນສ່ວນບຸກຄົນເພື່ອການຕິດຕໍ່ເຫດການ ແລະ ການເຜີຍແຜ່ຂໍ້ມູນກິດຈະກຳຂອງຜູ້ຈັດງານ. ຖ້າຜູ້ເຂົ້າຮ່ວມຮ້ອງຂໍໃຫ້ຜູ້ຈັດງານລຶບຂໍ້ມູນສ່ວນຕົວຂອງເຂົາເຈົ້າຫຼັງຈາກສິ້ນສຸດກິດຈະກຳ, ຜູ້ເຂົ້າຮ່ວມຕ້ອງແຈ້ງໃຫ້ຜູ້ຈັດງານຊາບທາງອີເມວ.
- ຜົນງານທີ່ໄດ້ຮັບການຄັດເລືອກໃຫ້ເປັນຜົນງານຕັດພາບຮູບແບບສ້າງສັນແມ່ນຂຶ້ນກັບການຕັດສິນໃຈຂອງຜູ້ຈັດງານ ແລະ ຜູ້ເຂົ້າຮ່ວມຈະສາມາດຈະຄັດຄ້ານໄດ້. ການຕັດສິນໃຈຂອງຜູ້ຈັດງານຖືເປັນທີ່ສິ້ນສຸດ.
- ຜູ້ເຂົ້າຮ່ວມຕ້ອງເຂົ້າໃຈຢ່າງຈະແຈ້ງກ່ຽວກັບກົດລະບຽບຂອງກິດຈະກຳ, ການສົ່ງຜົນງານໝາຍຄວາມວ່າພວກເຂົາໄດ້ຕົກລົງທີ່ຈະປະຕິບັດຕາມ ແລະ ຍອມຮັບຂໍ້ກໍານົດ ແລະ ເງື່ອນໄຂທັງໝົດຂອງກິດຈະກຳນີ້. ຜູ້ເຂົ້າຮ່ວມຕ້ອງຍອມຮັບຄວາມສ່ຽງທັງໝົດ ແລະ ຮັບຜິດຊອບຕໍ່ຄວາມປອດໄພຂອງຕົນເອງ. ຜູ້ຈັດງານຈະບໍ່ຮັບຜິດຊອບຕໍ່ການສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນໃດໆ ຫຼື ກ່ຽວຂ້ອງກັບກິດຈະກຳນີ້ ຫຼື ອື່ນໆ ໃນລະຫວ່າງກິດຈະກຳ.
- ຜູ້ຈັດງານຂໍສະຫງວນສິດໃນການຕີຄວາມໝາຍ ແລະ ປັບປຸງຂໍ້ກຳນົດ ແລະ ເງື່ອນໄຂເຫຼົ່ານີ້ຂັ້ນສຸດທ້າຍ.

Jockey Club SMART Family-Link Project
ກອງທຶນການກຸສົນຂອງຮົງກົງ Jockey Club ໄດ້ອະນຸມັດງົບປະມານ 330 ລ້ານ HK$ ເພື່ອລິເລີ່ມ “ໂຄງການ Jockey Club SMART Family-Link” (JCSFL). ເປີດຕົວໃນປີ 2018, ໂຄງການນີ້ມີຈຸດປະສົງເພື່ອນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານທີ່ກ້າວໜ້າ ເພື່ອສະໜັບສະໜູນການສະໜອງການບໍລິການທີ່ມີປະສິດທິພາບ ແລະ ນະວັດຕະກໍາທີ່ສະໜອງໃຫ້ໂດຍສູນບໍລິການຄອບຄົວລວມ 26 ແຫ່ງ ແລະ ສູນບໍລິການແບບປະສົມປະສານຂອງອົງການ NGO ເພື່ອສົ່ງເສີມການເປັນຢູ່ທີ່ດີຂອງຄອບຄົວ ແລະ ເສີມຂະຫຍາຍຄວາມສາມາດຂອງຂະແໜງການໃນການນຳໃຊ້ເຕັກໂນໂລຊີ ແລະ ຂໍ້ມູນເພື່ອສ້າງສັນນະວັດຕະກໍາການບໍລິການຄອບຄົວທີ່ສາມາດຕອບສະໜອງຄວາມຕ້ອງການທີ່ເກີດຂຶ້ນໃໝ່.

The Hong Kong Jockey Club Charities Trust
ສະໂມສອນ Jockey ຮົງກົງຕິດຕາມປະເພນີອັນຍາວນານຂອງຕົນໃນການບໍລິຈາກເພື່ອການກຸສົນເຖິງ 1915, ແຕ່ໃນຊຸມປີ 1950, ຂະນະທີ່ຮົງກົງກຳລັງປະເຊີນກັບຄວາມຍາກລຳບາກໃນການຮັບມືກັບການຟື້ນຟູຫລັງສົງຄາມ ແລະ ການຫຼັ່ງໄຫຼເຂົ້າມາຂອງຄົນເຂົ້າເມືອງຈຳນວນຫຼາຍ, ເຊິ່ງບົດບາດນີ້ໄດ້ກາຍເປັນສ່ວນໜຶ່ງຂອງການດໍາເນີນງານຂອງຕົນ. ໃນປີ 1955, ສະໂມສອນໄດ້ຕັດສິນໃຈຢ່າງເປັນທາງການທີ່ຈະອຸທິດສ່ວນເກີນຂອງຕົນໃນແຕ່ລະປີເພື່ອໂຄງການການກຸສົນ ແລະ ໂຄງການເພື່ອຊຸມຊົນ ແລະ ໃນປີ 1959 ໄດ້ມີການຈັດຕັ້ງໜ່ວຍງານໃໝ່ຂຶ້ນມາ, Hong Kong Jockey Club (Charities) Ltd, ໄດ້ຮັບການສ້າງຕັ້ງຂຶ້ນເພື່ອຄຸ້ມຄອງການບໍລິຈາກ. ປີ 1993, ໜ່ວຍງານໃໝ່ໄດ້ຮັບການສ້າງຕັ້ງຄື The Hong Kong Jockey Club Charities Trust, ເພື່ອສະແດງໃຫ້ເຫັນເຖິງວິທີການພັດທະນາ, ຂະໜາດ ແລະ ຂອບເຂດຂອງການບໍລິຈາກທີ່ປ່ຽນແປງໄປ. ມູນນິທິການກຸສົນເປັນໜຶ່ງໃນສິບຜູ້ໃຫ້ທຶນການກຸສົນອັນດັບຕົ້ນໆຂອງໂລກ.

CIFA
CIFA ໄດ້ຈົດທະບຽນເປັນບໍລິສັດທີ່ປະກອບດ້ວຍຄວາມຮັບຜິດຊອບຈໍາກັດ ແລະ ເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລພາຍໃຕ້ກົດໝາຍຂອງຮ່ອງກົງ. ມັນເປັນອົງການຈັດຕັ້ງອິດສະຫຼະທີ່ເຮັດໜ້າທີ່ໃນເວທີລະດັບພາກພື້ນສໍາລັບການສ້າງເຄືອຂ່າຍ ແລະ ການຮ່ວມມືລະຫວ່າງອົງການຈັດຕັ້ງ ແລະ ຜູ້ຊ່ຽວຊານທີ່ມີພັນທະມິດຮ່ວມກັນຄື “ການລວມປັນຍາວິຊາຊີບເພື່ອຄວາມເປັນຢູ່ທີ່ດີຂອງຄອບຄົວ.” ໜ້າທີ່ຂອງ CIFA ແມ່ນການສະໜັບສະໜູນ ແລະ ເສີມຂະຫຍາຍຜົນປະໂຫຍດຮ່ວມກັນໃນການລິເລີ່ມໃນໂຄງການລິເລີ່ມ ແລະ ການຝຶກອົບຮົມ ແລະ ລວມເຖິງການແລກປ່ຽນປະສົບການທາງດ້ານຄລີນິກ ແລະ ການສ້າງນະໂຍບາຍກ່ຽວກັບຄອບຄົວທີ່ມີເອກະລັກສະເພາະຂອງພາກພື້ນອາຊີ.
ຜູ້ສະໜັບສະໜູນ
ໂຄງການ Family We-time Campaign 2025, ຮ່ວມກັບໂຄງການອື່ນໆຂອງ “Jockey Club Professional Development Initiatives on Family Services” ຊຶ່ງຈັດໂດຍສະມາຄົມສະຖາບັນຄອບຄົວໃນພາກພື້ນອາຊີ (CIFA), ໂດຍໄດ້ຮັບການສະໜັບສະໜູນໂດຍ Jockey Club SMART Family-Link Project ເຊິ່ງລິເລີ່ມ ແລະໄດ້ຮັບທຶນຈາກ The Hong Kong Jockey Club Charities Trust.