* ມາເຂົ້າຮ່ວມກັບພວກເຮົາ! ສົ່ງຮູບ ແລະ ຜົນງານການລະບາຍສີຂອງທ່ານມື້ນີ້! *
Key Visual

ກ່ຽວກັບແຄມເປນ

ແຄມເປນ Family We-time ປີ 2025, ຈັດໂດຍສະມາຄົມສະຖາບັນຄອບຄົວໃນພາກພື້ນອາຊີ (Consortium of Institutes on Family in the Asian Region, CIFA), ໂດຍໄດ້ຮັບການສະໜັບສະໜູນໂດຍ Jockey Club SMART Family-Link Project, ເຊິ່ງລິເລີ່ມ ແລະ ໄດ້ຮັບທຶນຈາກ The Hong Kong Jockey Club Charities Trust.

ພວກເຮົາຕື່ນເຕັ້ນທີ່ຈະເຕົ້າໂຮມກັບຄອບຄົວເຂົ້າດ້ວຍກັນ ໂດຍຜ່ານການສະແດງອອກຢ່າງສ້າງສັນໃນແຄມເປນປີນີ້. ຜູ້ເຂົ້າສາມາດສົ່ງຮູບພາບຄອບຄົວ ຫຼື ຜົນງານການລະບາຍສີທີ່ສຸມໃສ່ສອງແນວໂນ້ມຫຼັກທີ່ສະຫະປະຊາຊາດໃຊ້ ໄດ້ແກ່: ເຕັກໂນໂລຊີໃໝ່ ແລະ ການຂະຫຍາຍຕົວຂອງຕົວເມືອງ ແລະ ການຍ້າຍຖິ່ນຖານ (ອີກສອງແນວໂນ້ມ ແມ່ນການປ່ຽນແປງດິນຟ້າອາກາດ ແລະ ການປ່ຽນແປງທາງດ້ານປະຊາກອນ).

ແຄມເປນນີ້ມຸ່ງເນັ້ນສ້າງຄວາມຮັບຮູ້ກ່ຽວກັບສອງແນວໂນ້ມຫຼັກນີ້, ພ້ອມຊຸກຍູ້ໃຫ້ຄອບຄົວປະເຊີນໜ້າ ແລະ ຮັບມືກັບສິ່ງທ້າທາຍໃນທາງບວກເພື່ອເສີມຂະຫຍາຍຄວາມເປັຮຢູ່ທີ່ດີຂອງຄອບຄົວ. ຮູບແບບອາດຈະປະກອບມີການນໍາໃຊ້ເຕັກໂນໂລຢີໃໜ່ ຢ່າງມີປະສິດທິພາບ, ການມີສ່ວມຮ່ວມທາງສັງຄົມ ແລະ ການສ້າງເຄືອຂ່າຍສັງຄົມ. ຜົນງານທີ່ຖືກຄັດເລືອກຈະຖືກນຳມາສະແດງໃນຮູບພາບຕັດປະໃນຮູບແບບຄັງຮູບອອນໄລນ໌ຂອງ Family We-time. ຜູ້ເຂົ້າຮ່ວມຈະໄດ້ຮັບໃບຢັ້ງຢືນທາງອອນໄລນ໌ສຳລັບການຮັບຮູ້ຫຼັງຈາກສົ່ງຜົນງານ.

ຂໍ້ມູນການສົ່ງ

ຂໍ້ມູນສຳຄັນ

ເງື່ອນໄຂການມີສິດໄດ້ຮັບ

  • ແບບຄອບຄົວທີ່ມີ 2 ລຸ້ນຂຶ້ນໄປ
  • ຍິນດີຕ້ອນຮັບເຂົ້າຮ່ວມຄອບຄົວຈາກອາຊີ
  • ແຕ່ລະຄົນສາມາດສົ່ງຜົນງານໄດ້ບໍ່ໃຫ້ເກີນ 5 ຜົນງານ

ກຳນົດສົ່ງຜົນງານ

  • 14 ກັນຍາ 2025, ວັນອາທິດ

ປະເພດການສົ່ງຜົນງານ

  • ຮູບ​ພາບ​ຄອບ​ຄົວ​ ແລະ/ຫຼື​ ຜົນງານລະບາຍສີ

ຄ່າລົງທະບຽນ

  • ຟຣີ

ວິທີການເຂົ້າຮ່ວມ

ສໍາ​ລັບ​ການ​ລະບາຍ​ສີ​:
  1. ເລືອກ ແລະ ດາວໂຫຼດແຜ່ນລະບາຍສີທີ່ກໍານົດຈາກເວັບໄຊທ໌ຂອງພວກເຮົາ, ພິມໃສ່ເຈ້ຍຂະໜາດ A4 (297 x 210 ມມ).
  2. ທ່ານສາມາດໃຊ້ອຸປະກອນລະບາຍສີ ຫຼື ສີຫຍັງກໍໄດ້. ບໍ່ອານຸຍາດໃຫ້ໃຊ້ອຸປະກອນລະບາຍສີດ້ວຍຄອມພິວເຕີ ຫຼື ຂະບວນການລະບາຍສີສາມມິຕິ ເຊັ່ນ: ສະຕິກເກີ, ແສງເຫຼື້ອມ, ເຈ້ຍກະດາດເຄັດ, ແລະ ອື່ນໆ.
  3. ທ່ານສາມາດເພີ່ມການອອກແບບລົງໃສ່ແຜ່ນລະບາຍສີທີ່ກໍານົດ ເພື່ອເພີ່ມມິຕິໃຫ້ກັບອົງປະກອບໃນການການສະແດງຮູບແບບຂອງເຕັກໂນໂລຢີໃໝ່ໆ ຫຼື ການຂະຫຍາຍຕົວຂອງເມືອງ ແລະ ການຍ້າຍຖິ່ນຖານ.
ສໍາລັບການຖ່າຍຮູບ:
  1. ຜົນງານຕ້ອງເປັນຮູບຖ່າຍດິຈິຕອນຕົ້ນສະບັບ. ບໍ່ອານຸຍາດໃຫ້ໃຊ້ຮູບຕົກແຕ່ງດ້ວຍເຄື່ອງຄອມພິວເຕີ, ລວມທັງການເພີ່ມເຕີມຕື່ມ, ການລຶບ ຫຼື ມີການປ່ຽນແປງສີຫຼາຍບ່ອນ.
  2. ຮູບພາບຈະຕ້ອງສອດຄ່ອງກັບຮູບແບບຂອງເຕັກໂນໂລຢີໃໝ່ໆ ຫຼື ການຂະຫຍາຍຕົວຂອງເມືອງ ແລະ ການຍ້າຍຖິ່ນຖານ.
ຂໍ້ແນະນຳໃນການສົ່ງຜົນງານ:
  1. ຫຼັງ​ຈາກ​ການ​ລົງ​ທະ​ບຽນແລ້ວ​, ສົ່ງ​ຮູບ​ພາບ​ຄອບ​ຄົວ​ຕົ້ນ​ສະ​ບັບ​ ​ຫຼື​ ຜົນງານການລະບາຍ​ສີ​ໃນ​ຮູບ​ແບບ JPEG​, JPG ຫຼື PNG ຜ່ານທາງ​ເວັບໄຊທ໌ຂອງ​ພວກ​ເຮົາ​.
  2. ຂະໜາດໄຟລ໌ຮູບພາບ ຫຼື ຜົນງານການລະບາຍສີທັງໝົດທີ່ຈະອັບໂຫຼດເພື່ອສົ່ງຜົນງານລວມສູງສຸດແມ່ນ 10 MB.

ຂໍ້ກໍານົດ ແລະ ເງື່ອນໄຂ

  1. ຜົນງານທັງໜົດຈະຕ້ອງສົ່ງຜ່ານຊ່ອງທາງການລົງທະບຽນອອນໄລນ໌ "Family We-time" ເທົ່ານັ້ນ. ສາມາດຮັບຜ່ານສະເພາະໄຟລ໌ອີເລັກໂທຣນິກ JPEG, JPG ຫຼື PNG ເທົ່ານັ້ນ. ເມື່ອສົ່ງຜົນງານແລ້ວ ຈະບໍ່ສາມາດແກ້ໄຂ, ປ່ຽນແປງ ຫຼື ສົ່ງຄືນໄດ້. ຜົນງານທີ່ສົ່ງເຂົ້າປະກວດແມ່ນຍັງບໍ່ທັນສົ່ງໄປແຂ່ງຂັນ ຫຼື ເຮັດກິດຈະກຳອື່ນໆມາກ່ອນ.
  2. ຜົນງານທີ່ສົ່ງເຂົ້າປະກວດຕ້ອງເປັນຕົ້ນສະບັບ ແລະ ບໍ່ລະເມີດສິດທິຂອງບຸກຄົນທີສາມ, ລວມທັງສິດທິຊັບສິນທາງປັນຍາ, ສິດທິໃນການຮັກສາຄວາມລັບ ຫຼື ສິດທິຄວາມເປັນສ່ວນຕົວ. ຜູ້ທີ່ລະເມີດກົດລະບຽບຈະຖືກຕັດສິດຈາກການເຂົ້າຮ່ວມ.
  3. ຖ້າຜົນງານທີ່ສົ່ງເຂົ້າປະກວດຂັດກັບກົດໝາຍໃດໆ, ຜູ້ເຂົ້າຮ່ວມຈະຕ້ອງຮັບຜິດຊອບຕາມກົດໝາຍທັງໝົດ ແລະ ຜູ້ຈັດງານຈະບໍ່ຮັບຜິດຊອບໃດໆທັ້ງນັ້ນ.
  4. ຜູ້ເຂົ້າຮ່ວມຕ້ອງແນ່ໃຈວ່າຜົນງານທີ່ສົ່ງມາປະກວດບໍ່ມີຮູບລາມົກອານາຈານ, ຮຸນແຮງ, ຂໍ້ຄວາມທາງລົບ ຫຼື ອົງປະກອບການໂຄສະນາຊວນເຊື່ອທາງການຄ້າ, ສາສະໜາ ຫຼື ທາງດ້ານການເມືອງ ແລະ ບໍ່ໃຫ້ເປັນບັນຫາການໝິ່ນປະໝາດ, ດູໝິ່ນ, ດູຖູກ, ການສ້າງຄວາມເຂົ້າໃຈຜິດ ຫຼື ການຈຳແນກທາງເຊື້ອຊາດ.
  5. ຜູ້ເຂົ້າຮ່ວມຈະບໍ່ໄດ້ຮັບອະນຸຍາດໃຫ້ເພີ່ມຂໍ້ຄວາມ, ສັນຍາລັກ ຫຼື ຮູບພາບທີ່ສາມາດສະແດງຂໍ້ມູນສ່ວນບຸກຄົນ ເຊັ່ນ: ລາຍເຊັນ, ຂອບພາບ ແລະ ລາຍນໍ້າອື່ນໆໃນຜົນງານທີ່ສົ່ງມາປະກວດ.
  6. ລິຂະສິດຂອງຜົນງານທີ່ສົ່ງມາປະກວດທັງໝົດເປັນຂອງຜູ້ຈັດງານ. ຜູ້ຈັດງານຂໍສະຫງວນສິດໃນການກວດສອບຜົນງານທີ່ສົ່ງມາປະກວດ ແລະ ນຳໄປໃຊ້ເພື່ອຈຸດປະສົງທີ່ບໍ່ແມ່ນການຄ້າເທົ່ານັ້ນ, ລວມທັງແຕ່ບໍ່ຈຳກັດເພື່ອການໂຄສະນາ, ການຈັດວາງສະແດງ ແລະ ການພິມໃດໆກໍຕາມ ໂດຍບໍ່ມີການຍິນຍອມຈາກຜູ້ເຂົ້າຮ່ວມ ແລະ ບໍ່ຕ້ອງຈ່າຍຄ່າລິຂະສິດໃດໆ ແລະ ບໍ່ຕ້ອງຮັບຜິດຊອບທາງກົດໝາຍ.
  7. ຜູ້ເຂົ້າຮ່ວມຕົກລົງທີ່ຈະໃຫ້ຂໍ້ມູນສ່ວນບຸກຄົນເພື່ອການຕິດຕໍ່ເຫດການ ແລະ ການເຜີຍແຜ່ຂໍ້ມູນກິດຈະກຳຂອງຜູ້ຈັດງານ. ຖ້າຜູ້ເຂົ້າຮ່ວມຮ້ອງຂໍໃຫ້ຜູ້ຈັດງານລຶບຂໍ້ມູນສ່ວນຕົວຂອງເຂົາເຈົ້າຫຼັງຈາກສິ້ນສຸດກິດຈະກຳ, ຜູ້ເຂົ້າຮ່ວມຕ້ອງແຈ້ງໃຫ້ຜູ້ຈັດງານຊາບທາງອີເມວ.
  8. ຜົນງານທີ່ໄດ້ຮັບການຄັດເລືອກໃຫ້ເປັນຜົນງານຕັດພາບຮູບແບບສ້າງສັນແມ່ນຂຶ້ນກັບການຕັດສິນໃຈຂອງຜູ້ຈັດງານ ແລະ ຜູ້ເຂົ້າຮ່ວມຈະສາມາດຈະຄັດຄ້ານໄດ້. ການ​ຕັດ​ສິນ​ໃຈ​ຂອງ​ຜູ້​ຈັດ​ງານຖືເປັນທີ່ສິ້ນສຸດ.
  9. ຜູ້ເຂົ້າຮ່ວມຕ້ອງເຂົ້າໃຈຢ່າງຈະແຈ້ງກ່ຽວກັບກົດລະບຽບຂອງກິດຈະກຳ, ການສົ່ງຜົນງານໝາຍຄວາມວ່າພວກເຂົາໄດ້ຕົກລົງທີ່ຈະປະຕິບັດຕາມ ແລະ ຍອມຮັບຂໍ້ກໍານົດ ແລະ ເງື່ອນໄຂທັງໝົດຂອງກິດຈະກຳນີ້. ຜູ້ເຂົ້າຮ່ວມຕ້ອງຍອມຮັບຄວາມສ່ຽງທັງໝົດ ແລະ ຮັບຜິດຊອບຕໍ່ຄວາມປອດໄພຂອງຕົນເອງ. ຜູ້ຈັດງານຈະບໍ່ຮັບຜິດຊອບຕໍ່ການສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນໃດໆ ຫຼື ກ່ຽວຂ້ອງກັບກິດຈະກຳນີ້ ຫຼື ອື່ນໆ ໃນລະຫວ່າງກິດຈະກຳ.
  10. ຜູ້ຈັດງານຂໍສະຫງວນສິດໃນການຕີຄວາມໝາຍ ແລະ ປັບປຸງຂໍ້ກຳນົດ ແລະ ເງື່ອນໄຂເຫຼົ່ານີ້ຂັ້ນສຸດທ້າຍ.